ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະກອບມີ 4 ພະແນກການ

ຄະນະກໍາມະການ ປະເມີນ ແລະ ຈັດລະດັບມາດຕະຖານໂຮງແຮມ

ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນສະຖານທີ່ພັກແຮມ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ລົງຕິດຕາມ ແລະ ປະເມີນຈັດລະດັບສະຖານທີ່ພັກແຮມໃນຂັ້ນຄຸ້ມຄອງຂອງຕົນ ແລະ ປະສານສົມທົບກັບແຂວງໃນການຈັດຕັ້ງປະຕິບັດໃນແຕ່ລະປີ. ນອກຈາກນີ້, ຍັງໄດ້ມີການລົງປະເມີນ ແລະ ໃຫ້ຄະແນນສະຖານທີ່ພັກແຮມ ເພື່ອສະເໜີຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ.

ຄົ້ນຄວ້າບັນດາໂຄງການສໍາປະທານຂອງນັກລົງທຶນ

ຄຸ້ມຄອງການລົງທຶນໃນຂະແໜງການທ່ອງທ່ຽວ

ຄົ້ນຄວ້າບັນດາເອກະສານ ຂໍລົງທຶນສໍາປະທານຂອງບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບຮອງບັນດາບົດວິພາກເສດຖະກິດ-ເຕັກນິກຂອງໂຄງການຕ່າງໆໃຫ້ແກ່ຄະນະກໍາມະການສົ່ງເສີມການລົງທຶນຂອງກະຊວງ.

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງ ຖວທ ມີພາລະບົດບາດໃນການຊ່ວຍລັດຖະມົນຕີ ໃນການກໍານົດແຜນຍຸດທະສາດ, ກໍານົດນິຕິກໍາ, ເຜີຍແຜ່, ຕິດຕາມ, ກວດກາ, ຊຸກຍູ້, ແນະນໍາວຽກງານການຄຸ້ມຄອງທຸລະກິດການທ່ອງທ່ຽວໃນຂອບເຂດທົ່ວປະເທດ

ການຮ່ວມມືສາກົນ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຜ່ານມາໄດ້ເຮັດວຽກຮ່ວມກັບຫຼາຍອົງການສາກົນໃນການຮ່ວມມືແລະ ສົ່ງເສີມວຽກງານໃນຂະແໜງການຄຸ້ມຄອງການທ່ອງທ່ຽວ ເປັນຕົ້້ນ ASEAN, ADB, GIZ, World Bank, JICA, LuxDev ແລະ ອື່ນໆ.

ມາດຕະຖານໂຮງແຮມຂຽວອາຊຽນ

ASEAN GREEN HOTEL STANDARD

ມາດຕະຖານໂຮງແຮມຂຽວອາຊຽນ ໄດ້ກໍານົດໃຫ້ມີຂັ້ນຕອນການຢັ້ງຢືນໃຫ້ລາງວັນ ຊຶ່ງເປັນການຊຸກຍູ້ໃຫ້ບັນດາໂຮງແຮມ ມີການປະຕິບັດງານຢ່າງເປັນມືອາຊີບ, ມີແຜນຮັກສາສິ່ງແວດລ້ອມ, ການນຳໃຊ້ຜະລິດຕະພັນຂຽວ, ການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມ ທີ່ຈະຊ່ວຍໃຫ້ສິ່ງແວດລ້ອມ ແລະ ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນປະໂຫຍດຈາກການປະຕິບັດງານຢ່າງເປັນມືອາຊີບ

ມາດຕະຖານການບໍລິການສະປາອາຊຽນ

ASEAN SPA SERVICES STANDARD

ມາດຕະຖານການບໍລິການສະປາ ໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການສະປາທີ່ເກີດຂື້ນທົ່ວໂລກ ເວົ້າລວມ, ເວົ້າສະເພາະແມ່ນຢູ່ ບັນດາປະເທດສະມາຊິກອາຊຽນ. ຊຶ່ງທຸລະກິດການບໍລິການ ສະປານີ້ ໄດ້ນໍາເອົາວິທີການບໍາບັດດູແລສຸຂະພາບແບບດັ້ງເດີມ ມາສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນໃນອາຊຽນ

ລະບົບຖານຂໍ້ມູນສະຖິຕິທຸລະກິດໃນຂະແໜງການທ່ອງທ່ຽວ

Join LaoSafe and help raise the profile of Laos as a Safe and Clean destination

LaoSafe to drive improvements in health and hygiene practices for the tourism and hospitality sector

LaoSafe, a health and hygiene programme for the tourism and hospitality sector, has just received official approval from the Ministry of Health (MoH) and the Ministry of Information, Culture and Tourism (MICT), and will now be piloted in Vientiane.