ກົມຄຸ້ມຄອງການທ່ອງທ່ຽວ
ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະກອບມີ 4 ພະແນກການ
ພະແນກ ມາດຕະຖານການທ່ອງທ່ຽວ ແລະ ບໍລີຫານ
ຄົ້ນຄວ້າມາດຕະຖານແລະການຈັດແບ່ງປະເພດສະຖານທີ່ທ່ອງທ່ຽວໃນທົ່ວປະເທດ ຄົ້ນຄວ້າເອກະສານການລົງທຶນໃນຂະແໜງການທ່ອງທ່ຽວຕາມການແຕ່ງຕັ້ງຂອງຂັ້ນເທິງ
ພະແນກ ຄຸ້ມຄອງສະຖານທີ່ພັກແຮມ, ຮ້ານອາຫານ ແລະ ການບິນເທີງ
ກວດກາ, ຕິດຕາມກວດກາ, ຕິດຕາມການເຄື່ອນໄຫວຂອງຫົວໜ່ວຍທຸລະກິດສະຖານທີ່ພັກແຮມ ສ້າງຂໍ້ກຳນົດ, ລະບຽບການຕ່າງໆໃນການຄຸ້ມຄອງຫົວໜ່ວຍທຸລະກິດ
ພະແນກ ຄຸ້ມຄອງການນໍາທ່ຽວ
ຄົ້ນຄວ້າ, ພິຈາລະນາການອອກ, ການຖອນ, ການຕໍ່ແລະການໂຈະບັດນຳທ່ຽວຕາມການແບ່ງຂັ້ນຄຸ້ມຄອງ ຄຸ້ມຄອງ, ກວດກາແລະພັດທະນາຄຸນນະພາບການບໍລິການນຳທ່ຽວ
ພະແນກ ຄຸ້ມຄອງສະຖານທີ່ທ່ອງທ່ຽວ ແລະ ການລົງທຶນ
ຄຸ້ມຄອງ, ກວດກາການບໍລິການຕາມສະຖານທີ່ທ່ອງທ່ຽວຕາມການແບ່ງຂັ້ນຄຸ້ມຄອງ, ຄຸ້ມຄອງ, ຈັດແບ່ງປະເພດສະຖານທີ່ທ່ອງທ່ຽວໃນທົ່ວປະເທດ