ມາດຕະຖານການທ່ອງທ່ຽວ ແມ່ນການກໍານົດຄຸນລັກສະນະສະເພາະທາງດ້ານຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ກໍາມະວິທີ, ສິ່ງແວດລ້ອມ ແລະ ບັນຫາຕ່າງໆທີ່ຕິດພັນກ່ຽວຂ້ອງກັບອຸດສາຫະກໍາການທ່ອງທ່ຽວ ເຊິ່ງປະກອບມີ:
- ມາດຕະຖານການທ່ອງທ່ຽວອາຊຽນ;
- ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ.
ຫົວໜ່ວຍທລຸະກິດທີ່ມີຄວາມສົນໃຈສະໝັກປະເມີນມາດຕະຖານ ສາມາດຕິດຕໍ່ພົວພັນ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ
ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຮັບຜິດຊອບອອກອະນຸຍາດການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຂັ້ນສູນກາງເປັນຕົ້ນ
- ສະຖານທີ່ທ່ອງທ່ຽວ;
- ສະຖານທີ່ພັກແຮມ ທີ່ມີມູນຄ່າການລົງທຶນ 5 ແສນໂດລາຂຶ້ນໄປ;
- ຮ້ານອາຫານ ທີ່ມີມູນຄ່າການລົງທຶນ 1 ແສນໂດລາຂຶ້ນໄປ;
- ສະຖານບັນເທີງ ປະເພດ: ດິດສະໂກເທັກ, ໄນຄຣັບ, ພັບ ແລະ ສະເນັກບາຣ
- ບໍລິສັດນໍາທ່ຽວລະຫວ່າງປະເທດ;
- ພະນັກງານນໍາທ່ຽວລະດັບຊາດ.
ຫົວໜ່ວຍທຸລະກິດທີ່ມີຈຸດປະສົງຂໍອອກອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຕ້ອງຍື່ນຂໍທະບຽນວິສາຫະກິດ ກັບຂະແໜງການອຸດສາຫະກໍາ ແລະ ການຄ້າ ກ່ອນ ແລ້ວຈຶ່ງສາມາດຍື່ນຂໍອອກໃບອະນຸຍາດດໍາເນີນທຸລະກິດນໍາກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ ເຊິ່ງເອກະສານປະກອບການຂໍອະນຸຍາດດໍາເນີນທຸລະກິດປະກອບ
- ສໍາເນົາທະບຽນວິສາຫະກິດ;
- ແບບຟອມຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ (ສາມາດດາວໂຫລດແບບຟອມໄດ້ໃນເວັບໄຊ);
- ຮູບ 3×4 ຈໍານວນ 02ໃບ (ພື້ນສີຂາວ).
ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງຖະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມີຊື່ຂຽນເປັນຕົວອັກສອນຫຍໍ້ “ຄລທ” ແລະ ຂຽນເປັນພາສາອັງກິດວ່າ: Tourism Business Management Department ຂຽນເປັນຕົວອັກສອນຫຍໍ້ “TMD” . ມີພາລະບົດບາດຊ່ວຍລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການສຶກສາຄົ້ນຄວ້າ, ກໍານົດແຜນຍຸດທະສາດ, ນິຕິກໍາ, ເຜີຍແຜ່, ຕິດຕາມກວດກາ, ຊຸກຍູ້ ແລະ ແນະນໍາວຽກງານຄຸ້ມຄອງການທ່ອງທ່ຽວໃນຂອບເຂດທົ່ວປະເທດ.
ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຄຸ້ມຄອງ ແລະ ອອກອະນຸຍາດວຽກງານການລົງທຶນໃນຂະແໜງການທ່ອງທ່ຽວ ເປັນຕົ້ນ: ສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານບັນເທີງ, ບໍລິສັດນໍາທ່ຽວ, ພະນັກງານນໍາທ່ຽວ, ສະຖານທິ່ທ່ອງທ່ຽວ.