Tourism Standard in Lao PDR ຫຼື ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ແມ່ນມາດຕະຖານທີ່ບັນດາກົມໃນຂະແໜງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັນສ້າງ ແລະ ຄັດບາງມາດຕະຖານຂອງອາຊຽນໃຫ້ມີຄວາມແທດ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນ ສປປ ລາວ ໂດຍມີຈຸດປະສົງເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດມາດຕະຖານການບໍລິການໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການໃນຂະແໜງການທ່ອງທ່ຽວ ທີ່ເກີດຂຶ້ນໃນ ສປປ ລາວ, ເວົ້າສະເພາະແມ່ນຢູ່ບັນດາແຂວງ ແລະ ເມືອງ ເຊິ່ງມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຈະປະກອບມີ 08 ມາດຕະຖານ:
1. ມາດຕະຖານເມືອງທ່ອງທ່ຽວສະອາດ ຂອງ ສປປ ລາວ
2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງ ສປປ ລາວ
3. ມາດຕະຖານເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ
4. ມາດຕະຖານບໍລິການສະປາ ຂອງ ສປປ ລາວ
5. ມາດຕະຖານສະຖານທີ່ຈັດງານ ຂອງ ສປປ ລາວ
6. ມາດຕະຖານຫ້ອງນໍ້າສາທາລະນະສະອາດ ຂອງ ສປປ ລາວ
7. ມາດຕະຖານການຈັດລະດັບສະຖານທີ່ພັກແຮມ ຂອງ ສປປ ລາວ
8. ມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ
ຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈຢາກສະໝັກຮັບການປະເມີນມາດຕະຖານ ເພື່ອຮັບການຢັ້ງຢືນມາດຕະຖານ ໄດ້ທີ່ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ