ASEAN Tourism Standard ຫຼື ມາດຕະຖານການທ່ອງທ່ຽວອາຊຽນ ແມ່ນມາດຕະຖານທີ່ບັນດາປະເທດສະມາຊິກອາຊຽນ ຮ່ວມກັນສ້າງມາດຕະຖານການບໍລິການຂຶ້ນມາ ໂດຍມີຈຸດປະສົງເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດມາດຕະຖານການບໍລິການໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການໃນຂະແໜງການທ່ອງທ່ຽວ ທີ່ເກີດຂຶ້ນທົ່ວໂລກເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາປະເທດສະມາຊິກອາຊຽນ ເຊິ່ງມາດຕະຖານການທ່ອງທ່ຽວອາຊຽນຈະປະກອບມີ 07 ມາດຕະຖານ ແລະ 01 ລາງວັນ:
1. ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
3. ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ
4. ມາດຕະຖານບໍລິການສະປາອາຊຽນ
5. ມາດຕະຖານສະຖານທີ່ຈັດງານອາຊຽນ
6. ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ
7. ມາດຕະຖານໂຮງແຮມຂຽວອາຊຽນ
8. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ
ຫົວໜ່ວຍທຸລະກິດ ຫຼື ຜູ້ທີ່ສົນໃຈສາມາດສະໝັກເພື່ອຮັບການປະເມີນມາດຕະຖານ ແລະ ການຢັ້ງຢືນ ຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້