ASEAN SPA SERVICES STANDARD

ມາດຕະຖານການບໍລິການສະປາອາຊຽນ ຈະຊ່ວຍເພີ່ມຄຸນນະພາບຂອງຊັບພະຍາກອນມະນຸດໃນຂະແໜງ ການບໍລິການສະປາ ແລະ ສິ່ງອໍານວຍຄວາມສະດວກຂອງການບໍລິການສະປາໃນອາຊຽນ ໃຫ້ດີຍິ່ງຂຶ້ນໂດຍໃຫ້ມີຂໍ້ຕົກລົງຮ່ວມກັນກ່ຽວກັບການດໍາເນີນງານຂອງການບໍລິການສະປາໃນປະເທດສະມາຊິກອາຊຽນທັງໝົດ. ມາດຕະ ຖານນີ້ຈະເປັນຕົວກໍານົດລະດັບມາດຕະຖານວິຊາຊີບຂອງທຸລະກິດສະປາ ເຊັ່ນ: ສະຖານທີ່, ການບໍລິການ, ບຸກຄະລາກອນ, ອຸປະກອນຮັບໃຊ້, ການຈັດການ ແລະ ສິ່ງແວດລ້ອມ ທັງໝົດຈະຊ່ວຍໃຫ້ຜູ້ປະກອບການທຸລະກິດບໍລິການສະປາໄດ້ຮັບຜົນປະໂຫຍດຈາກການດໍາເນີນທຸລະກິດໃນວິຊາຊີບສະປາໃນແນວທາງດຽວກັນ. ພ້ອມນັ້ນ, ກໍ່ຍັງເປັນຜົນປະໂຫຍດໃນການດູແລສະຫວັດດີພາບຂອງຜູ້ໃຊ້ບໍລິການ.

ASEAN GREEN HOTEL STANDARD

ການສ້າງມາດຕະຖານໂຮງແຮມຂຽວອາຊຽນ ແມ່ນການປະຕິບັດຕາມແຜນຍຸດທະສາດການທ່ອງທ່ຽວອາຊຽນ (ASEAN Tourism Strategic Plan – ATSP) 2011-2015 ທີ່ໄດ້ຖືກຮັບຮອງໂດຍບັນດາລັດຖະມົນຕີທ່ອງທ່ຽວຂອງປະເທດສະມາຊິກອາຊຽນ ຈຸດປະສົງເພື່ອເປັນການຊຸກຍູ້ໃຫ້ພາກອຸດສາຫະກໍາທີ່ພັກແຮມຂອງອາຊຽນ ມີການນໍາໃຊ້ຊັບພະຍາກອນແບບຍືນຍົງພ້ອມທັງຊ່ວຍຊຸກຍູ້ໃຫ້ມີການປະຢັດພະລັງ ງານ ແລະ ນໍາໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ມີການປະຕິບັດງານຢ່າງເປັນມືອາຊີບ, ມີແຜນຮັກ ສາສິ່ງແວດລ້ອມ, ການນຳໃຊ້ຜະລິດຕະພັນຂຽວ, ການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມ ທີ່ຈະຊ່ວຍໃຫ້ສິ່ງ ແວດລ້ອມ ແລະ ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນປະໂຫຍດຈາກການປະຕິບັດງານຢ່າງເປັນມືອາຊີບ