ຕິດຕໍ່ສອບຖາມ +856-(21) 213-256|info@e-tmd.com

FAQs

Home|FAQs|

ມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ແມ່ນຫຍັງ?

Tourism Standard in Lao PDR ຫຼື ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ແມ່ນມາດຕະຖານທີ່ບັນດາກົມໃນຂະແໜງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັນສ້າງ ແລະ ຄັດບາງມາດຕະຖານຂອງອາຊຽນໃຫ້ມີຄວາມແທດ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນ ສປປ ລາວ ໂດຍມີຈຸດປະສົງເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດມາດຕະຖານການບໍລິການໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການໃນຂະແໜງການທ່ອງທ່ຽວ ທີ່ເກີດຂຶ້ນໃນ ສປປ ລາວ, ເວົ້າສະເພາະແມ່ນຢູ່ບັນດາແຂວງ ແລະ ເມືອງ ເຊິ່ງມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຈະປະກອບມີ 08 ມາດຕະຖານ: 1. ມາດຕະຖານເມືອງທ່ອງທ່ຽວສະອາດ ຂອງ ສປປ ລາວ 2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງ ສປປ ລາວ 3. ມາດຕະຖານເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ 4. ມາດຕະຖານບໍລິການສະປາ ຂອງ

By |2022-08-03T16:22:30+07:00August 3rd, 2022||Comments Off on ມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ແມ່ນຫຍັງ?

ມາດຕະຖານການທ່ອງທ່ຽວອາຊຽນ ແມ່ນຫຍັງ?

ASEAN Tourism Standard ຫຼື ມາດຕະຖານການທ່ອງທ່ຽວອາຊຽນ ແມ່ນມາດຕະຖານທີ່ບັນດາປະເທດສະມາຊິກອາຊຽນ ຮ່ວມກັນສ້າງມາດຕະຖານການບໍລິການຂຶ້ນມາ ໂດຍມີຈຸດປະສົງເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດມາດຕະຖານການບໍລິການໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການໃນຂະແໜງການທ່ອງທ່ຽວ ທີ່ເກີດຂຶ້ນທົ່ວໂລກເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາປະເທດສະມາຊິກອາຊຽນ ເຊິ່ງມາດຕະຖານການທ່ອງທ່ຽວອາຊຽນຈະປະກອບມີ 07 ມາດຕະຖານ ແລະ 01 ລາງວັນ: 1. ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ 3. ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ 4. ມາດຕະຖານບໍລິການສະປາອາຊຽນ 5. ມາດຕະຖານສະຖານທີ່ຈັດງານອາຊຽນ 6. ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ 7. ມາດຕະຖານໂຮງແຮມຂຽວອາຊຽນ 8. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຫົວໜ່ວຍທຸລະກິດ ຫຼື ຜູ້ທີ່ສົນໃຈສາມາດສະໝັກເພື່ອຮັບການປະເມີນມາດຕະຖານ ແລະ ການຢັ້ງຢືນ ຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້

By |2022-08-03T16:22:35+07:00August 3rd, 2022||Comments Off on ມາດຕະຖານການທ່ອງທ່ຽວອາຊຽນ ແມ່ນຫຍັງ?

ມາດຕະຖານການທ່ອງທ່ຽວ ແມ່ນຫຍັງ?

ມາດຕະຖານການທ່ອງທ່ຽວ ແມ່ນການກໍານົດຄຸນລັກສະນະສະເພາະທາງດ້ານຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ກໍາມະວິທີ, ສິ່ງແວດລ້ອມ ແລະ ບັນຫາຕ່າງໆທີ່ຕິດພັນກ່ຽວຂ້ອງກັບອຸດສາຫະກໍາການທ່ອງທ່ຽວ ເຊິ່ງປະກອບມີ: ມາດຕະຖານການທ່ອງທ່ຽວອາຊຽນ; ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ. ຫົວໜ່ວຍທລຸະກິດທີ່ມີຄວາມສົນໃຈສະໝັກປະເມີນມາດຕະຖານ ສາມາດຕິດຕໍ່ພົວພັນ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ

By |2022-08-03T16:22:44+07:00August 3rd, 2022||Comments Off on ມາດຕະຖານການທ່ອງທ່ຽວ ແມ່ນຫຍັງ?

ການຂໍອະນຸຍາດດໍາເນີນທຸລະກິດ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຮັບຜິດຊອບອອກອະນຸຍາດການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຂັ້ນສູນກາງເປັນຕົ້ນ ສະຖານທີ່ທ່ອງທ່ຽວ; ສະຖານທີ່ພັກແຮມ ທີ່ມີມູນຄ່າການລົງທຶນ 5 ແສນໂດລາຂຶ້ນໄປ; ຮ້ານອາຫານ ທີ່ມີມູນຄ່າການລົງທຶນ 1 ແສນໂດລາຂຶ້ນໄປ; ສະຖານບັນເທີງ ປະເພດ: ດິດສະໂກເທັກ, ໄນຄຣັບ, ພັບ ແລະ ສະເນັກບາຣ ບໍລິສັດນໍາທ່ຽວລະຫວ່າງປະເທດ; ພະນັກງານນໍາທ່ຽວລະດັບຊາດ. ຫົວໜ່ວຍທຸລະກິດທີ່ມີຈຸດປະສົງຂໍອອກອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຕ້ອງຍື່ນຂໍທະບຽນວິສາຫະກິດ ກັບຂະແໜງການອຸດສາຫະກໍາ ແລະ ການຄ້າ ກ່ອນ ແລ້ວຈຶ່ງສາມາດຍື່ນຂໍອອກໃບອະນຸຍາດດໍາເນີນທຸລະກິດນໍາກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ ເຊິ່ງເອກະສານປະກອບການຂໍອະນຸຍາດດໍາເນີນທຸລະກິດປະກອບ ສໍາເນົາທະບຽນວິສາຫະກິດ; ແບບຟອມຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ (ສາມາດດາວໂຫລດແບບຟອມໄດ້ໃນເວັບໄຊ); ຮູບ 3x4 ຈໍານວນ 02ໃບ (ພື້ນສີຂາວ).

By |2022-08-03T16:22:49+07:00August 3rd, 2022||Comments Off on ການຂໍອະນຸຍາດດໍາເນີນທຸລະກິດ

ພາລະບົດບາດ ກົມຄຸ້ມຄອງການທ່ອງທ່ຽວ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງຖະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມີຊື່ຂຽນເປັນຕົວອັກສອນຫຍໍ້ “ຄລທ” ແລະ ຂຽນເປັນພາສາອັງກິດວ່າ: Tourism Business Management Department ຂຽນເປັນຕົວອັກສອນຫຍໍ້ “TMD” . ມີພາລະບົດບາດຊ່ວຍລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການສຶກສາຄົ້ນຄວ້າ, ກໍານົດແຜນຍຸດທະສາດ, ນິຕິກໍາ, ເຜີຍແຜ່, ຕິດຕາມກວດກາ, ຊຸກຍູ້ ແລະ ແນະນໍາວຽກງານຄຸ້ມຄອງການທ່ອງທ່ຽວໃນຂອບເຂດທົ່ວປະເທດ. ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຄຸ້ມຄອງ ແລະ ອອກອະນຸຍາດວຽກງານການລົງທຶນໃນຂະແໜງການທ່ອງທ່ຽວ ເປັນຕົ້ນ: ສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານບັນເທີງ, ບໍລິສັດນໍາທ່ຽວ, ພະນັກງານນໍາທ່ຽວ, ສະຖານທິ່ທ່ອງທ່ຽວ.

By |2022-08-03T16:23:03+07:00December 25th, 2020||Comments Off on ພາລະບົດບາດ ກົມຄຸ້ມຄອງການທ່ອງທ່ຽວ
Go to Top