ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຮັບຜິດຊອບອອກອະນຸຍາດການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຂັ້ນສູນກາງເປັນຕົ້ນ

  1. ສະຖານທີ່ທ່ອງທ່ຽວ;
  2. ສະຖານທີ່ພັກແຮມ ທີ່ມີມູນຄ່າການລົງທຶນ 5 ແສນໂດລາຂຶ້ນໄປ;
  3. ຮ້ານອາຫານ ທີ່ມີມູນຄ່າການລົງທຶນ 1 ແສນໂດລາຂຶ້ນໄປ;
  4. ສະຖານບັນເທີງ ປະເພດ: ດິດສະໂກເທັກ, ໄນຄຣັບ, ພັບ ແລະ ສະເນັກບາຣ
  5. ບໍລິສັດນໍາທ່ຽວລະຫວ່າງປະເທດ;
  6. ພະນັກງານນໍາທ່ຽວລະດັບຊາດ.

ຫົວໜ່ວຍທຸລະກິດທີ່ມີຈຸດປະສົງຂໍອອກອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ຕ້ອງຍື່ນຂໍທະບຽນວິສາຫະກິດ ກັບຂະແໜງການອຸດສາຫະກໍາ ແລະ ການຄ້າ ກ່ອນ ແລ້ວຈຶ່ງສາມາດຍື່ນຂໍອອກໃບອະນຸຍາດດໍາເນີນທຸລະກິດນໍາກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ ເຊິ່ງເອກະສານປະກອບການຂໍອະນຸຍາດດໍາເນີນທຸລະກິດປະກອບ

  1. ສໍາເນົາທະບຽນວິສາຫະກິດ;
  2. ແບບຟອມຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ (ສາມາດດາວໂຫລດແບບຟອມໄດ້ໃນເວັບໄຊ);
  3. ຮູບ 3×4 ຈໍານວນ 02ໃບ (ພື້ນສີຂາວ).